บทความ

ຕົວຕົນ ທີ່ຄົນບໍ່ຮູ້. ສີສຸກ ສູວັນນະຜ່ອງໃສ

รูปภาพ
ເຈົ້າຮູ້... ແຕ່ເຈົ້າບໍ່ຮູ້... ດ້ວຍເຫດທີ່ວ່ານັບຕັ້ງແຕ່ອະດີດ ຈົນເຖິງປັດຈຸບັນ ມະນຸດມີການພັດທະນາຢູ່ຕະຫຼອດ ຈາກທີ່ຕ້ອງເດີນທາງທີ່ຕ້ອງໃຊ້ເວລາເປັນອາທິດ ກາຍມາເປັນການເດີນທາງພຽງ 3 ຊົ່ວໂມງ, ຈາກການຕິດຕໍ່ສື່ສານກັນດ້ວຍຈົດໝາຍ ທີ່ອາດຈະຕ້ອງໃຊ້ເວລາສົ່ງ-ຮັບເປັນເດືອນ ກັບກາຍມາເປັນການຕິດຕໍ່ຫາກັນໂດຍສຳຜັດພຽງປາຍນິ້ວ ທຸກຄົນສາມາດຕິດຕໍ່ກັນໄດ້ ບໍ່ວ່າຈະຢູ່ໄສກໍຕາມເທິງໂລກໃບນີ້ ເຮັດໃຫ້ເຮົາທຸກຄົນຮູ້ ແລະເຫັນທຸກຢ່າງຕາມທີ່ຕ້ອງການ ເຮົາຮູ້ເກືອບໝົດທຸກຢ່າງໃນໂລກໜ່ວຍນີ້, ຮູ້ວ່າປະເທດໃດທີ່ພັດທະນາກວ່າໝູ່, ຮູ້ວ່າໃຜລວຍທີ່ສຸດ, ເຮົາຮູ້ທຸກຢ່າງນັບແຕ່ສາກກະເບືອ ຈົນເຖິງເຮືອຮົບ, ຮູ້ຮອດວ່າຄົນຂ້າງເຮືອນເຂົາຖຽງກັນຍ້ອນຫຍັງ, ຮູ້ເລີຍວ່າແມ່ນໃຜດັງທີ່ສຸດໃນສັງຄົມອອນລາຍ ແລະຫຼາຍໆຢ່າງ ແຕ່ໃນຂະນະທີ່ເຮົາບອກວ່າເຮົາຮູ້ຢູ່ນັ້ນ ເມື່ອແນມກັບມາຫາຕົວຕົນຂອງເຮົາເອງແລ້ວ ກໍພົບວ່າ ເຮົາຮູ້ທຸກຢ່າງໃນໂລກ ແຕ່ຕົວຕົນເຮົາເອງ ຍັງບໍ່ຮູ້ວ່າເຮົາມີເປົ້າໝາຍໃນຊິວິດຫຍັງກັນແທ້ ເຮົາເກີດມາເພື່ອເຮັດຫຍັງ ຖ້າທ່ານຮູ້ທຸກຢ່່າງ ກໍບໍ່ມີຄ່າ ຖ້າຫາກທ່ານບໍ່ຮູ້ໂຕຕົນຂອງທ່ານຢ່າງແທ້ຈິງ.                             ...

ກ່ຽວກັບຜູ້ຂຽນ ພຣະ ສີສຸກ ສຸວັນນະຜ່ອງໃສ

รูปภาพ
ກ່ຽວກັບຜູ້ຂຽນ ພຣະ ສີສຸກ ສຸວັນນະຜ່ອງໃສ ------------------------------------------------------- ເກີດທີ່ບ້ານດອນຊຽງຫຼ້າ  ເມືອງຈຳປາສັກ  ແຂວງຈຳປາສັກ  •    ຮຽນຈົບ  ມັດທະຍົມຕອນຕົ້ນທີ່ໂຮງຮຽນມັດທະຍົມຕົ້ນສົງດອນຕະລາດ •   ຮຽນຈົບ  ມັດທະຍົມຕອນປາຍ  ທີ່ໂຮງຮຽນ  ມ. ສ  ສົງ ດົງໂດກ ແລະກຳລັງ ຮຽນຕໍ່ທີ່ວິທະຍາໄລສຸດສະກະ  ເພື່ອການບໍລິຫານ ແລະເຕັກໂນໂລຊີ ສາຂາ  ນິເທດສາດ ປີ 2  ຜົນງານ ແລະການເຄື່ອນໄຫວ ---------------------------------------------------------------------             ປີ 2017  ໄດ້ຖືກບັນຈຸຊື່  ເຂົ້າເປັນສະມາຊິກໜ່ວຍງານສື່  ແລະປະຊາສຳພັນ  ຂອງໂຄງການເມດຕາທັມ ແລະໄດ້ລົງສອນຫຼັກສີລະທັມຕາມສະຖານສຶກສາຕ່າງໆທີ່ທາງໂຄງການມອບໝາຍໃຫ້ ໄດ້ຂຽນປຶ້ມທີ່ມີຊື່ວ່າ  ຄິດບວກ  ຊີວິດບວກ  ແລະປຶ້ມ “ ເພື່ອ ຄວາມຮູ້ແຈ້ງ ” ນອກຈາກນີ້ຍັງໄດ້ຮ່ວມອອກແບບປຶ້ມ  ວາລະສານ  ແລະສິ່ງພິມອື່ນໆໃຫ້ຄູບາອາຈາຣຍ໌  ເພື່ອ ເປັນທັມມະທານ ປະກອບສ່ວນໃນສັງຄົມ.