ຕົວຕົນ ທີ່ຄົນບໍ່ຮູ້. ສີສຸກ ສູວັນນະຜ່ອງໃສ


ເຈົ້າຮູ້...
ແຕ່ເຈົ້າບໍ່ຮູ້...

ດ້ວຍເຫດທີ່ວ່ານັບຕັ້ງແຕ່ອະດີດ ຈົນເຖິງປັດຈຸບັນ ມະນຸດມີການພັດທະນາຢູ່ຕະຫຼອດ ຈາກທີ່ຕ້ອງເດີນທາງທີ່ຕ້ອງໃຊ້ເວລາເປັນອາທິດ ກາຍມາເປັນການເດີນທາງພຽງ 3 ຊົ່ວໂມງ, ຈາກການຕິດຕໍ່ສື່ສານກັນດ້ວຍຈົດໝາຍ ທີ່ອາດຈະຕ້ອງໃຊ້ເວລາສົ່ງ-ຮັບເປັນເດືອນ ກັບກາຍມາເປັນການຕິດຕໍ່ຫາກັນໂດຍສຳຜັດພຽງປາຍນິ້ວ ທຸກຄົນສາມາດຕິດຕໍ່ກັນໄດ້ ບໍ່ວ່າຈະຢູ່ໄສກໍຕາມເທິງໂລກໃບນີ້ ເຮັດໃຫ້ເຮົາທຸກຄົນຮູ້ ແລະເຫັນທຸກຢ່າງຕາມທີ່ຕ້ອງການ ເຮົາຮູ້ເກືອບໝົດທຸກຢ່າງໃນໂລກໜ່ວຍນີ້, ຮູ້ວ່າປະເທດໃດທີ່ພັດທະນາກວ່າໝູ່, ຮູ້ວ່າໃຜລວຍທີ່ສຸດ, ເຮົາຮູ້ທຸກຢ່າງນັບແຕ່ສາກກະເບືອ ຈົນເຖິງເຮືອຮົບ, ຮູ້ຮອດວ່າຄົນຂ້າງເຮືອນເຂົາຖຽງກັນຍ້ອນຫຍັງ, ຮູ້ເລີຍວ່າແມ່ນໃຜດັງທີ່ສຸດໃນສັງຄົມອອນລາຍ ແລະຫຼາຍໆຢ່າງ ແຕ່ໃນຂະນະທີ່ເຮົາບອກວ່າເຮົາຮູ້ຢູ່ນັ້ນ ເມື່ອແນມກັບມາຫາຕົວຕົນຂອງເຮົາເອງແລ້ວ ກໍພົບວ່າ ເຮົາຮູ້ທຸກຢ່າງໃນໂລກ ແຕ່ຕົວຕົນເຮົາເອງ ຍັງບໍ່ຮູ້ວ່າເຮົາມີເປົ້າໝາຍໃນຊິວິດຫຍັງກັນແທ້ ເຮົາເກີດມາເພື່ອເຮັດຫຍັງ ຖ້າທ່ານຮູ້ທຸກຢ່່າງ ກໍບໍ່ມີຄ່າ ຖ້າຫາກທ່ານບໍ່ຮູ້ໂຕຕົນຂອງທ່ານຢ່າງແທ້ຈິງ.



                                -     ສີສຸກ ສຸວັນນະຜ່ອງໃສ
                             Seesouk SOUVANNAPHONGSAY

                               11 November 2017

ความคิดเห็น

ບົດຄວາມທີ່ຜ່ານມາ

ກ່ຽວກັບຜູ້ຂຽນ ພຣະ ສີສຸກ ສຸວັນນະຜ່ອງໃສ